lncci

ຮັບສະໝັກນັກສຳມະນາກອນ PDF Print E-mail
  
Wednesday, 09 June 2010 08:32
There are no translations available.

ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ ຈະໄດ້ຈັດຊຸດເຝິກອົບຮົມໄລຍະສັ້ນສຳລັບຜູ້ທີ່ມີຄວາມຕ້ອງການຢາກຍົກລະດັບ ຄວາມຮູ້ທາງດ້ານການບໍລິຫານທຸລະກິດ, ການບໍລິ ຫານອົງການ, ພ້ອມທັງ ເທັກນິກ ທາງດ້ານການຂາຍ ແລະ ບໍລິການ.

(ທ່ານສາມາດດາວໂຫຼດຟອມສະໝັກໄດ້ ໂດຍການເຂົ້າໄປເບິ່ງລາຍລະອຽດ)

 

ການເຝິກອົບຮົມຈະໄດ້ຈັດຂຶ້ນ ໃນວັນທີ 29-30 ເດືອນມີຖຸນາ 2010 ແລະ 08-09 ເດືອນກໍລະກົດ 2010. ຢູ່ທີ່ສູນຝຶກອົບຮົມຂອງ ສະພາການຄ້າ ແລະ ອຸດສະຫະກຳແຫ່ງຊາດລາວ, ໂດຍຄູຝຶກທີ່ມີຄວາມຮູ້, ຄວາມສາມາດ, ປະສົບການ ແລະ ມີຄວາມຊຳນານ ສະເພາະດ້ານ ມາເປັນນັກວິທະຍາກອນ.

ລາຍລະອຽດມີດັ່ງນີ້

ວັນ ເດືອນ ປິ
ຫົວຂໍ້ການເຝິກອົບຮົມ
ເປົ້າໝາຍນັກສຳມະນາກອນທີ່ຈະເຂົ້າຮ່ວມ
29-30/06/2010

ການບໍລິຫານ ຈັດການອົງກອນ ເພື່ອຄວາມເປັນເລີດ
ທາງທຸລະກິດ

ຜູ້ບໍລິຫານ ແລະ ພະນັກງານທົ່ວໄປ ທີ່ມີລະດັບແຕ່ຂັ້ນອຸດົມ ຈົນເຖິງຈົບປະລິນຍາຕຣີ
08-09/07/2010
ການຂາຍ ແລະ ການບໍລິການທີ່ເປັນເລີດ
ພະນັກງານຂາຍ, ພະນັກງານ ການຕະຫລາດ, ຜູ້ບໍລິຫານ ແລະ ເຈົ້າຂອງທຸລະກິດ

ໝາຍເຫດ:

  1. ຄ່າຮຽນ
  • "ການບໍລິຫານ ຈັດການອົງກອນ ເພື່ອຄວາມເປັນເລີດທາງທຸລະກີດ" 500000 ກີບ (ສຳລັບ ສະມາຊິກ ສຄອ), 800000 ກີບ (ບໍ່ແມ່ນສະມາຊິກ ສຄອ) ສົ່ງໃບສະໝັກ ບໍ່ໃຫ້ກາຍ ວັນທີ 25/06/2010
  • "ການຂາຍ ແລະ ການບໍລິການທີ່ເປັນເລີດ" 500000 ກີບ (ສຳລັບສະມາຊິກ ສຄອ), 800000 ກີບ (ບໍ່ແມ່ນສະມາຊິກ ສຄອ) ສົ່ງໃບສະໝັກ ບໍ່ໃຫ້ກາຍ ວັນທີ 06/07/2010

2.  ນັກສຳມະນາກອນມີຈຳນວນຈຳກັດ ຮັບພຽງແຕ່ 30 ຄົນ ຕໍ່ໜຶ່ງຫົວຂໍ້ເທົ່ານັ້ນ.

3.  ນັກສຳມະນາກອນຈະໄດ້ຮັບປື້ມຄູ່ມື ແລະ ໃບຢັ້ງຢືນການເຝິກອົບຮົມ ຈາກ ສຄອ ແຫ່ງຊາດລາວ.

4.  ມີ ອາຫານຫວ່າງ ແລະ ອາຫານທ່ຽງ

5.  ສະຖານທີ່ຮຽນ ສູນຝຶກອົບຮົມ ສຄອ ແຫ່ງຊາດລາວ

ທ່ານສາມາດ Download: Agenda ແລະ Registration Form ໄດ້ເລີຍ.

  1. Agenda 17-18 Jun 2010
  2. Agenda 21-22 Jun 10 Best selling
  3. Registration Form

ແລະ ທ່ານ ທີ່ສົນໃຈຢາກເຂົ້າຮ່ວມ ການເຝິກອົບ ເພື່ອຍົກລະດັບ ຫຼື ຮຽນຮູ້ປະສົບການ ໃນການບໍລິຫານທຸລະກິດ ພ້ອມທັງ ເຕັກນິກການບໍລິການ ກະລຸນາປະກອບໃບສະໝັກ ແລ້ວສົ່ງໄປ ທີ່:

ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ

ໂທ 021 453 312-140, ແຟັກ: 021 452 580

Email: This e-mail address is being protected from spambots. You need JavaScript enabled to view it

ລາຍລະອຽດເພີ່ມເຕີມຕິດຕໍ່ສອບຖາມໄດ້ທີ່:

020 55694 655 (ຕ້າ ຈິດຕະພອນ)

020 22408 938 (ພູໂຂງ ສອນວົງໄຊ)

Last Updated ( Wednesday, 30 June 2010 06:12 )
 
Banner
Copyright © 2010 lncci. All Rights Reserved.
LNCCI! Business Sectors