| ນັກທຸລະກິດແຂວງຫລວງພະບາງ ແລະ ອຳນາດການປົກຄອງແຂວງ ຮ່ວມແກ້ໄຂຫລາຍບັນຫາກ່ຽວກັບທຸລະກິດ |
|
|
|
| Sunday, 30 May 2010 05:56 | |
|
There are no translations available.
ນັກທຸລະກິດແຂວງຫລວງພະບາງ ແລະ ອໍານາດການປົກຄອງແຂວງ ຮ່ວມແກ້ໄຂຫລາຍບັນຫາກ່ຽວກັບທຸລະກິດ
ແຂວງ ຫລວງພະບາງ, ວັນທີ 27 ພຶດສະພາ 2010 ບັນດາຫົວຫນ່ວຍທຸລະກິດ ແຂວງຫລວງພະບາງທີ່ ເປັນສະມາຊິກຂອງ ສະພາການຄ້າ ແລະ ອຸດສະຫະກໍາ ແຂວງຫລວງພະບາງ ໄດ້ມີໂອກາດພົບປະກັບ ພາກລັດ ເພື່ອປຶກສາຫາລືຊ່ວຍກັນແກ້ໄຂບັນຫາ ແລະ ອຸປະສັກທີ່ກຽ່ວພັນກັບພາກທຸລະກິດ ທີ່ ວິນ ລາ ສັນຕິ ລີສອດ, ເມືອງຫລວງພະບາງ. ກອງປະຊຸມພົບປະລະຫວ່າງ ອໍານາດການປົກຄອງແຂວງ ກັບ ພາກທຸລະກິດແຂວງຫລວງພະບາງ ໄດ້ເປັນກຽດ ເຂົ້າຮ່ວມໂດຍ ທ່ານ ດຣ. ສາຍສະຫມອນ ຄົມທະວົງ, ຮອງເຈົ້າແຂວງຫລວງພະບາງ, ທ່ານ ອັງຄານ ແກ້ວບົວຄຳ, ຄະນະກອງເລຂາລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ, ແລະ ທ່ານ ດຣ. ສະນັ່ນ ຈູນລະມະນີ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ລາວ ແລະ ບັນດາ ຄະນະບໍລິຫານງານຂອງ ແຂວງ ຫລວງພະບາງ ແລະ ຕາງຫນ້າຈາກຂົງເຂດ ທຸລະກິດຕ່າງໆ.
ກອງປະຊຸມພົບປະລະຫວ່າງ ອໍານາດການປົກຄອງແຂວງ ກັບ ພາກທຸລະກິດແຂວງຫລວງພະບາງ ໄດ້ສະຫລຸບ ຫຍໍ້ການ ເຄື່ອນໄຫວ ຂອງສຄອ ແຂວງຫລວງພະບາງ 2009 ແລະ ແຜນການ 2010 ເພື່ອລາຍງານສະພາບ ການເຄື່ອນໄຫວທຸລະກິດ ຕໍ່ພາກລັດ, ສະເຫນີດຳລັດຂອງນາຍຍົກລັດທະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງ ສຄອ ແຫ່ງຊາດລາວ, ສົນທະນາລະຫວ່າງ ພາກລັດກັບພາກທຸລະກິດ ກ່ຽວກັບ ອຸປະສັກຕໍ່ການ ພັດທະນາເສດຖະກິດ ແລະ ທຸລະກິດຂອງແຂວງໃນປະຈຸບັນ. ເນື້ອໃນສໍາຄັນຂອງກອງປະຊຸມ ແມ່ນສຸມໃສ່ ປຶກສາຫາລືບັນຫາຕ່າງໆ ແລະ ຄວາມຫຍຸ້ງຍາກ ທີ່ນັກທຸລະກິດ ແຂວງ ໄດ້ປະເຊີນມາ ໂດຍສະເພາະແມ່ນ ບັນຫາ ສະມາຄົມທຸລະກິດໂຮງແຮມ, ບ້ານພັກ ແລະ ຮ້ານອາຫານ, ກຸ່ມຫັດຖະກຳ-ເຟີນີເຈີ້, ກຸ່ມຫັດຖະກຳແຜ່ນແພ ແລະ ກຸ່ມທ່ອງທ່ຽວ. ທ່ານ ບຸນທ່ຽງ ດວງປະເສີດ, ຮອງປະທານ ສຄອ ແຂວງຫລວງພະບາງ ໄດ້ກ່າວ ວ່າ ສຄອ ແຂວງຫລວງພະ ບາງ ຍັງຕ້ອງໄດ້ເອົາໃຈໃສ່ຢ່າງຕັ້ງຫນ້າ ໃນການໂຄສະນາປຸກລະດົມສຸກຍູ້ ພາກສ່ວນທຸລະກິດໃຫ້ເຄື່ອນໄຫວ ຢ່າງແຂງແຮງຖຶກຕ້ອງຕາມລະບຽບກົດຫມາຍ. ນອກຈາກນັ້ນ, ເພື່ອຂະຫຍາຍບົດບາດ ແລະ ຫນ້າທີ່ ຂອງບັນດາ ສຄອ, ທ່ານ ດຣ. ສະນັ່ນ ຈູນລະມະນີ, ຮອງປະທານ ສຄອ ແຫ່ງຊາດລາວ ໄດ້ປະກອບ ຄຳເຫັນ ຕໍ່ກອງປະຊຸມກ່ຽວກັບຄວາມສຳຄັນຂອງການເຂົ້າເປັນ ສະມາຊິກຂອງ ສຄອ ຫລວງພະບາງ ດັ່ງທີ່ໄດ້ລະບຸໃນດຳລັດຂອງນາຍຍົກລັດທະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການ ເຄື່ອນໄຫວຂອງ ສຄອ ແຫ່ງຊາດລາວ. ສໍາລັບ ດໍາລັດດັ່ງກ່າວ, ບຸກຄົນທີ່ເປັນນັກທຸລະກິດ ແລະ ຕົວແທນ ຂອງນິຕິບຸກຄົນທີ່ໄດ້ຂື້ນຖະບຽນທຸລະກິດ ຖືກຕ້ອງຕາມກົດຫມາຍວ່າດ້ວຍວິສາຫະກິດ ນັບແຕ່ທຶນຈົດທະບຽນ 50,000,000 ກີບ (ຫ້າສິບລ້ານກີບ) ຂື້ນໄປ ໃຫ້ສະຫມັກເຂົ້າເປັນສະມາຊິກ ຂອງ ສຄອ. ໃນລັກສະນະການເປັນສະມາຊິກດັ່ງກ່າວ, ຍັງມີຜົນ ປະໂຫຍດ ແບບຍາວນານແກ່ອົງການຈັດຕັ້ງມະຫາພາກຂັ້ນສູນກາງ ແລະ ທ້ອງຖີ່ນ ໂດຍການຫມູນໃຊ້ຫນ້າທີ່ ຂອງ ສຄອ ເລົ່ານັ້ນ ເປັນໃຈກາງໃນການລະດົມຄວາມຄິດເຫັນ ແບບສ້າງສັນເຂົ້າໃນການ ແກ້ໄຂບັນຫາເສດ ຖະກິດ ແຕ່ລະໄລຍະໃຫ້ທັນກັບສະພາບການ. ເຖິງຢ່າງໃດກໍ່ຕາມ ທ່ານ ດຣ. ສະນັ່ນ ຈູນລະມະນີ ໄດ້ກ່າວວ່າ “ດຳລັດດັ່ງກ່າວ ຈະໄດ້ຮັບຫມາກຜົນໃນການ ຈັດຕັ້ງປະຕິບັດ ກໍ່ຕໍ່ ເມື່ອ ພາກລັດ ແລະ ພາກທຸລະກິດເອງ ໃຫ້ການສະຫນັບສະຫນູນ.” ທ່ານ ອັງຄານ ແກ້ວບົວຄໍາ, ຄະນະກໍາມະການກອງເລຂາລັດຖະມົນຕີ, ກະຊວງອຸດສາຫະກຳ ແລະ ການຄ້າ ໄດ້ ປະກອບຄຳເຫັນ ແລະ ກ່າວໃຫ້ຊາບວ່າ ທາງພາກລັດເອງກໍ່ພະຍາຍາມຊ່ວຍແກ້ໄຂປັບປຸງດ້ານກົດຫມາຍ ແລະ ກະຊວງອຸດສະຫະກຳ ແລະ ການຄ້າ ໄດ້ມີແຈ້ງການໃຫ້ທຸກພະແນກ ການຄ້າ ແລະ ອຸດສາຫະກຳ ຂອງແຕ່ລະແຂວງ ແຈ້ງທຸກຫົວຫນ່ວຍທຸລະກິດ ທີ່ມີທຶນຈົດທະບຽນ 50,000,000 ກີບ (ຫ້າສິບລ້ານກີບ) ຂື້ນໄປ ໃຫ້ສະຫມັກເຂົ້າເປັນສະມາຊິກ ຂອງ ສຄອ. ທ່ານ ອັງຄານ ແກ້ວບົວຄໍາ ຍັງໄດ້ກ່າວຕື່ມ “ຢາກໃຫ້ນັກທຸລະກິດ ເຂົ້າໃຈວ່າ ດຳລັດດັ່ງກ່າວ ແມ່ນ ນິຕິກຳ ທີ່ເຮັດໃຫ້ນັກທຸລະກິດ ສາມັກຄີກັນ, ເປັນປຶກແຜ່ນແຫນ້ນຫນາ, ສຸມສະຕິປັນຍາ ແລະ ທຶນຮອນ ເພື່ອສ້າງກຳລັງແຮງໃນການຕໍ່ລອງທຸລະກິດ ແລະ ກ້າວເຂົ້າສູ່ທຸລະກິດພາກພື້ນ ແລະ ສາກົນ. ຖ້າພວກເຮົາ ຢູ່ໂດດດ່ຽວ ເຮົາກໍ່ຈະປະສົບຜົນສໍາເລັດໄດ້ຍາກ”. ການເຕົ້າໂຮມນັກທຸລະກິດຫລວງພະບາງຄັ້ງນີ້ ສະແດງເຖິງການຕື່ນຕົວເຕົ້າໂຮມ ຄວາມສາມັກຄີ ເພື່ອກຽມພ້ອມ ທີ່ຈະເຂົ້າເປັນສະມາຊິກຂອງສະພາການຄ້າແຂວງ ແລະ ບັນດາສະມາຄົມທຸລະກິດຕາມດໍາລັດ ຂອງນາຍຍົກລັດ ທະມົນຕີ ວ່າດ້ວຍການຈັດຕັ້ງ ແລະ ການເຄື່ອນໄຫວຂອງ ສຄອ ແຫ່ງຊາດລາວ. ກອງປະຊຸມພົບປະລະຫວ່າງ ອໍານາດການປົກຄອງແຂວງ ກັບ ພາກທຸລະກິດແຂວງຫລວງພະບາງ ແມ່ນໄດ້ຈັດ ຂຶ້ນໂດຍ ສຄອ ແຂວງ ແລະ ສະຫນັບສະຫນູນໂດຍ ສຄອ ແຫ່ງຊາດລາວ, ອົງການ ສະຫະປະຊາ ຊາດເພື່ອການພັດທະນາ, ແລະ ອົງການ ສປຊ ເພື່ອການພັດທະນາອຸດສາຫະກຳ.
|
|
| Last Updated ( Friday, 11 June 2010 08:55 ) |





