| ສຄອ ແຫ່ງຊາດລາວ ຄົບຮອບ 21 ປີ |
|
|
|
| Thursday, 13 May 2010 02:41 | |
|
There are no translations available.
ເພື່ອເປັນການສະເຫຼີມສະຫຼອງ ວັນຄົບຮອບ 450 ປີ ນະຄອນຫຼວງວຽງຈັນ ແລະ ການສ້າງຕັ້ງ ສຄອ ແຫ່ງຊາດລາວຄົບຮອບ 21 ປີ
ບັນດາທ່ານນັກທຸລະກິດທີ່ເປັນສະມາຊິກ ແລະ ພະນັກງານປະຈຳໄດ້ຮ່ວມຈິດຮ່ວມໃຈກັນຈັດກິດຈະກຳຂຶ້ນໃນວັນທີ 8/5/2010 ສູນຄົນພິການຕາທົ່ງປົ່ງ ເພື່ອເປັນການປະກອບສ່ວນເຂົ້າໃນການຊ່ວຍເຫຼືອ ແລະ ຕອບແທນສັງຄົມ, ສະພາການຄ້າ ແລະ ອຸດສະຫະກຳ ແຫ່ງຊາດລາວ ເພື່ອເປັນການສ້າງກິດຈະກຳ ແລະ ການຮັບຕອນວັນສ້າງຕັ້ງນະຄອນຫຼວງ ກໍ່ຄື ສຄອ ແຫ່ງຊາດລາວ ໂດຍໄດ້ຈັດ ກິດຈະກຳລ້ຽງອາຫານທ່ຽງ ແລະ ມອບເຄື່ອງອຸປະໂພກ ແລະ ບໍລິໂພກ ໃຫ້ແກ່ບັນດາເດັກນ້ອຍ ທີ່ພິການທາງສາຍຕາ. ພາຍຫຼັງໄດ້ມີການກະກຽມເປັນເວລາ ສອງເດືອນ ບັນຍາກາດຂອງກິດຈະກຳດັ່ງກ່າວທີ່ເຕັມໄປດ້ວຍມິດໄມຕີ, ການມີນ້ຳໃຈ ແລະ ຄວາມມີນ້ຳໃຈທີ່ແສນອົບອຸ່ນເຮັດໃຫ້ນ້ອງໆຜູ້ດ້ອຍໂອກາດມີຄວາມສຸກມ ແລະ ມີຄວາມປະທັບໃຈທີ່ສຸດ ຊິ່ງສະແດງອອກໃນວາຈາຂອງນ້ອງໆ ຕໍ່ພະນັກງານ ສຄອ ແຫ່ງຊາດລາວ ແລະ ກິດຈະກຳໄດ້ສິ້ນສຸດລົງໃນວັນດຽວກັນ.
|
|
| Last Updated ( Friday, 11 June 2010 08:37 ) |





