lncci

Welcome to the Lao National Chamber of Commerce and Industry
Training Course PDF ພິມ ອີເມລ
  
ມື້ສຸກທີ່ 20 ສິງຫາ 2010 ເວລາ 09: 23

 

ນະວັດຕະກຳລະບົບແຈກຢາຍຂອງບໍລິສັດການຈັດການ, ການແຈກຢາຍ

Training Course on Company-level Logistics Innovation

September 28-30, 2010. Savannakhet, Lao PDR
Organized by The Association for Overseas Technical Scholarship (AOTS), Japan
Implemented by Lao National Chamber of Commerce and Industry (LNCCI)
and Savannakhet Chamber of Commerce and Industry (SCCI)
Under the support of Ministry of Economy, Trade and Industry (METI), Japan

ແກ້ໄຂລ່າສຸດ ( ມື້ສຸກທີ່ 27 ສິງຫາ 2010 ເວລາ 13: 23 )
ອ່ານເພິ່ມເຕິມ...
 
ນັກທຸລະກິດລາວ ເຂົ້າຮ່ວມງານວາງສະແດງສິນຄ້າຈີນ-ອາຊຽນ PDF ພິມ ອີເມລ
  
ມື້ຈັນທີ່ 14 ມິຖຸນາ 2010 ເວລາ 07: 47

ນະຄອນຫລວງວຽງຈັນ, ວັນທີ 10 ມິຖຸນາ 2010—ທີ່ຫ້ອງການ ສະພາການຄ້າ ແລະ ອຸດສາ ຫະກຳແຫ່ງຊາດລາວ, ນັກທຸລະກິດລາວໄດ້ເຂົ້າຮ່ວມຟັງກອງປະຊຸມເຜີຍແຜ່ການກະກຽມ ງານ ວາງສະແດງສິນຄ້າຈີນ-ອາຊຽນ ຄັ້ງທີ 7 ເຊິ່ງຈະໄດ້ຈັດຂື້ນໃນວັນທີ 20-24 ຕຸລາ 2010 ຢູ່ທີ່ເມືອງ ນານນິງ, ແຂວງກວາງຊີ, ສປ ຈີນ. ງານວາງສະແດງຄັ້ງນີ້ ຈະເປັນໂອກາດອັນດີ ໃຫ້ແກ່ ຜູ້ປະກອບການ ຈາກ ລາວ ໄດ້ໄປວາງສະແດງ ແລະ ໂຄສະນາ ສີນຄ້າ ແລະ ການບໍລິການ ຂອງຕົນ ໃນຕະຫລາດສາກົນ.

ແກ້ໄຂລ່າສຸດ ( ມື້ຈັນທີ່ 14 ມິຖຸນາ 2010 ເວລາ 07: 53 )
ອ່ານເພິ່ມເຕິມ...
 
Bright future for Malaysia and Lao business cooperation PDF ພິມ ອີເມລ
  
ມື້ພຸດທີ່ 09 ມິຖຸນາ 2010 ເວລາ 09: 40

Vientiane, 7 June 2010---The previous official visit to Laos by Prime Minister Dato’ Sri Mohd Najib Bin Tun Haji Abdul Razak, the signing of new projects and individual business meetings between the two nations provide a significant opportunity for more Malaysians to invest in Laos and more business cooperation between the two countries.

Speaking with Lao media during the Malaysia-Lao Business Forum, the Malaysia Prime Minister was optimistic that Malaysian investment in Laos would increase in the near future.

He said factors such as low wages, low production cost, friendly investment policy and political stability are making Laos attractive to Malaysian investors.

ແກ້ໄຂລ່າສຸດ ( ມື້ສຸກທີ່ 11 ມິຖຸນາ 2010 ເວລາ 08: 52 )
ອ່ານເພິ່ມເຕິມ...
 
ອຸດສະຫະກຳສີມັງລາວ ປະກອບສ່ວນຮັກສາສະພາບແວດລ້ອມ PDF ພິມ ອີເມລ
  
ມື້ສຸກທີ່ 11 ມິຖຸນາ 2010 ເວລາ 02: 47

ນະຄອນຫລວງວຽງຈັນ, ວັນທີ 9 ມິຖຸນາ 2010--ບໍລິສັດສີມັງລາວຮ່ວມກັບໂຮງງານສີມັງ ວັງວຽງ ເຊັນຫນັງສືສະເຫນີການຈັດຕັ້ງປະຕິບັດກິດຈະກຳ ໂຄງການກົນໄກການພັດທະນາທີ່ ສະອາດ ແລະ ໂຄງການພະລັງງານທີ່ມີປະສິດຕິຜົນ ນຳ ນັກລົງທຶນເຢຍລະມັນກໍ່ຄື ບໍລິສັດ Climate Control Strategies GmbH ເພື່ອຮ່ວມກັນລິເລີ້ມໂຄງການການລຸດຜ່ອນໂລກຮ້ອນ ແລະ ຮັກສາສະພາບແວດລ້ອມ.

ໂຄງການດັ່ງກ່າວມີຈຸດປະສົງລຸດຜ່ອນຜະລັງງານເຊື້ອເພີງ ແລະ ຄ່າໃຊ້ຈ່າຍໃນການຜະລິດ ສີມັງ ແລະ ໃນເວລາດຽວກັນ ກໍ່ເປັນການຮັກສາສະພາບແວດລ້ອມ ໂດຍການນຳ ໃຊ້ເຕັກໂນ ໂລຊີ ທີ່ທັນສະໄຫມຈາກປະເທດ ເຢຍລະມັນ ແລະ ເດັນມາກ.

ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດລາວ ໄດ້ເປັນສ່ວນຫນຶ່ງ ນຳເອົາໂຄງການດັ່ງ ກ່າວເຂົ້າສູ່ພາກທຸລະກິດ ຍ້ອນຄຳນຶງເຫັນ ຄວາມສຳຄັນຂອງສະພາບແວດລ້ອມ ແລະ ບັນຫາໂລກຮ້ອນ. “ສຄອ ກໍ່ຈະສືບຕໍ່ດຶງເອົາໂຄງການໄປຜັນຂະຫຍາຍ ໃນໂຮງຈັກ ໂຮງງານ ອື່ນໆ ທີ່ນຳໃຊ້ພະລັງງານຫລາຍມີສ່ວນເຮັດໃຫ້ໂລກຮ້ອນ,” ກ່າວໂດຍ ທ່ານ ວັນທອງ ສິດທິກຸນ, ຄະນະບໍລິຫານງານ ສຄອ ແຫ່ງຊາດ ແລະ ປະທານກຸ່ມຜູ້ຜະລິດສີມັງລາວ.

ພາກເຕັກນິກຂອງໂຄງການ ຈະຊ່ວຍປ່ຽນຈາກການນຳໃຊ້ພະລັງງານ ເຊື້ອເພີງ ແລະ ພະ ລັງງານໄຟຟ້າ ມາເປັນການນຳໃຊ້ພະລັງງານທົດແທນທີ່ເຮັດມາຈາກສິ່ງເສດເຫລືອ ເຊັ່ນ: ເສດໄມ້, ຂີ້ເລື່ອຍ, ແລະ ຂີ້ເຫຍື້ອຕ່າງໆ ເຂົ້າ ໃນການຜະລິດສີມັງ.

ບໍລິສັດ Climate Control Strategies GmbH ຈະສະຫນອງອຸປະກອນເຕັກໂນໂລຊີ ທີ່ຄົບວົງຈອນ ແລະ ທັນສະໄຫມຈາກປະເທດເຢຍລະມັນ ແລະ ເດັນມາກ ເພື່ອໃຫ້ຫນັ້ນ ໃຈວ່າ ຂັ້ນຕອນການຜະລິດຊີມັງແມ່ນໄດ້ຮັບການປັບປຸງ ແລະ ເປັນມິດຕໍ່ສະພາບແວດ ລ້ອມ. ມູນຄ່າການລົງທຶນທັງຫມົດ ແມ່ນ 10 ລ້ານ ໂດລາ ແລະ ໃນເດືອນ ກໍລະກົດ ປີ 2011, ອຸປະກອນສຳລັບໂຄງການ ຈະຖືກສັ່ງຊື້.

ການຫັນປ່ຽນຈາກພະລັງງານຖ່ານຫີນ ແລະ ການປະຢັດພະລັງງານໄຟຟ້າ ຈະສາມາດຫລີກ ລ້ຽງການປອ່ຍ ຄາບອນໄດອອັກໄຊ ຫລື CO2 ອອກສູ່ບັນຍາກາດ ແລະ ຈະຊ່ວຍລຸດຜ່ອນ ບັນຫາໂລກຮ້ອນ ແລະ ຮັກສາ ອຸນະພູມ ແລະ ສະພາບແວດລ້ອມໄດ້ດີ. ໂຄງການດັ່ງກ່າວ ຄາດວ່າ ຈະສາມາດລຸດຜ່ອນ CO2 80.000 ຕັນ ຕໍ່ປີ.

“ບໍລິສັດສີມັງລາວເປັນຫນຶ່ງໃນ ອຸດສາຫະກຳປຸງແຕງຫນັກ ທີ່ນຳໃຊ້ພະລັງງານເຊື້ອເພີງ ແລະ ວັດຖຸດິບຢ່າງຫລວງຫລາຍ ໃນຂະບວນການຜະລິດສີມັງ ແລະ ໄດ້ສ້າງມົນລະພາວະເປັນຜິດ ໃຫ້ແກ່ສະພາບແສດລ້ອມພໍສົມຄວນ. ດັ່ງນັ້ນ, ດ້ວຍຄວາມຮັບຜິດຊອບຕໍ່ສັງຄົມ, ພວກເຮົາ ກໍ່ຢາກເປັນສ່ວນຫນຶ່ງໃນການລຸດຜ່ອນຈຸດນີ້,” ທ່ານ ວັນທອງ ກ່າວຕື່ມ.

ນອກຈາກນັ້ນ, ໂຄງການຍັງ ເປັນໂອກາດອັນດີໃຫ້ແກ່ລະບົບຈັດແຈງສິງເສດເຫລືອ ຫລື ຂີ້ເຫຍື້ຶອ ແບບຍືນຍົງ ໃນເຂດຕົວເມືອງ ເຊັ່ນ: ນະຄອນຫລວງວຽງຈັນ, ທ່າແຂກ ແລະ ສະຫວັນນະເຂດ ໂດຍການນຳໃຊ້ ສິ່ງເສດເຫລືອໃຫ້ເປັນພະລັງງານທົດແທນ ແລະ ຊ່ວຍ ແກ້ໄຂບັນຫາການກຳຈັດຂີ້ເຫຍື້ອ ແລະ ມົນລະພາວະເປັນຜິດທາງນຳ້ ແລະ ອາກາດ ທີ່ເກີດມາຈາກ ການເຜົາຂີ້ເຫຍື້ອ.

ໂຄງການດັ່ງກ່າວສ່ວນຫນຶ່ງແມ່ນ ຈະໄດ້ທຶນຈາກການ ລຸດຜ່ອນ CO2 ອອກສູ່ບັນຍາການ ພາຍໃຕ້ ສັນຍາກຽວໂຕໃນການຈັດຕັ້ງປະຕິບັດກິດຈະກຳໂຄງການກົນໄກການພັດທະນາທີ່ ສະອາດ “ຖ້າໂຄງການໄດ້ຮັບຜົນສຳເລັດແທ້ ໃນການລຸດຜ່ອນ CO2 ແລະ ມີການກວດ ກາຄັກແນ່, ພວກເຮົາຈະໄດ້ໃບຍັ້ງຢືນ ແລະ ຈະໄດ້ຮັບເງິນ ຫລື ຄ່າທົດແທນ ຈາກການ ລຸດຜ່ອນ CO2 ອອກສູ່ບັນຍາກາດ ປະມານ 40 USD/1 ຕັນ,” ທ່ານ ວັນທອງ ອະທິບາຍຕຶ່ມ.

ໃນການຈັດຕັ້ງປະຕິບັດໂຄງການດັ່ງກ່າວ, ຂັ້ນຕອນການຜະລິດສີມັງຈະໄດ້ຮັບການປັບປຸງ ແລະ ສ້າງຄວາມເຂັ້ມແຂງໃຫ້ອຸດສາຫະກຳສີມັງຂອງລາວໄປສູ່ຕະຫລາດສາກົນ.

ບໍລິສັດ Climate Control Strategies GmbH ກໍ່ຈະສືບຕໍ່ລົງທືນ ໃນໂຄງການການປົກ ປັກຮັກສາສະພາບແວດລ້ອມ ໃນ ສປປ ລາວ.

ຜູ້ເຂົ້າຮ່ວມໃນງານ ເຊັນຫນັງສືສະເຫນີການຈັດຕັ້ງປະຕິບັດກິດຈະກຳ ໂຄງການກົນໄກການ ພັດທະນາທີ່ ສະອາດ ປະກອບມີ ຕາງຫນ້າຈາກກະຊວງການຄ້າ ແລະ ອຸດສາຫະກຳ, ກະຊວງພະລັງງານ ແລະ ບໍ່ແຮ່, ອົງການນຳ້ ແລະ ສິ່ງແວດລ້ອມ, ບັນດາສະມາຊິກຂອງ ກຸ່ມຜະລິດສີມັງ ແລະ ນັກວິຊາການ ຈາກສະພາກການຄ້າ ແລະ ອຸດສາຫະກຳແຫ່ງຊາດ ລາວ.

 

ແກ້ໄຂລ່າສຸດ ( ມື້ສຸກທີ່ 11 ມິຖຸນາ 2010 ເວລາ 08: 50 )
ອ່ານເພິ່ມເຕິມ...
 
ນັກທຸລະກິດແຂວງຫລວງພະບາງ ແລະ ອຳນາດການປົກຄອງແຂວງ ຮ່ວມແກ້ໄຂຫລາຍບັນຫາກ່ຽວກັບທຸລະກິດ PDF ພິມ ອີເມລ
  
ມື້ອາທິດ“ທີ່ 30 ພຶດສະພາ 2010 ເວລາ 05: 56

ນັກທຸລະກິດແຂວງຫລວງພະບາງ ແລະ ອໍານາດການປົກຄອງແຂວງ ຮ່ວມແກ້ໄຂຫລາຍບັນຫາກ່ຽວກັບທຸລະກິດ

ແຂວງ ຫລວງພະບາງ, ວັນທີ 27 ພຶດສະພາ 2010 ບັນດາຫົວຫນ່ວຍທຸລະກິດ ແຂວງຫລວງພະບາງທີ່ ເປັນສະມາຊິກຂອງ ສະພາການຄ້າ ແລະ ອຸດສະຫະກໍາ ແຂວງຫລວງພະບາງ ໄດ້ມີໂອກາດພົບປະກັບ ພາກລັດ ເພື່ອປຶກສາຫາລືຊ່ວຍກັນແກ້ໄຂບັນຫາ ແລະ ອຸປະສັກທີ່ກຽ່ວພັນກັບພາກທຸລະກິດ ທີ່ ວິນ ລາ ສັນຕິ ລີສອດ, ເມືອງຫລວງພະບາງ.

ກອງປະຊຸມພົບປະລະຫວ່າງ ອໍານາດການປົກຄອງແຂວງ ກັບ ພາກທຸລະກິດແຂວງຫລວງພະບາງ ໄດ້ເປັນກຽດ ເຂົ້າຮ່ວມໂດຍ ທ່ານ ດຣ. ສາຍສະຫມອນ ຄົມທະວົງ, ຮອງເຈົ້າແຂວງຫລວງພະບາງ, ທ່ານ ອັງຄານ ແກ້ວບົວຄຳ, ຄະນະກອງເລຂາລັດຖະມົນຕີ ກະຊວງອຸດສະຫະກຳ ແລະ ການຄ້າ, ແລະ ທ່ານ ດຣ. ສະນັ່ນ ຈູນລະມະນີ, ຮອງປະທານ ສະພາການຄ້າ ແລະ ອຸດສາຫະກຳ ແຫ່ງຊາດ ລາວ ແລະ ບັນດາ ຄະນະບໍລິຫານງານຂອງ ແຂວງ ຫລວງພະບາງ ແລະ ຕາງຫນ້າຈາກຂົງເຂດ ທຸລະກິດຕ່າງໆ.

 

ແກ້ໄຂລ່າສຸດ ( ມື້ສຸກທີ່ 11 ມິຖຸນາ 2010 ເວລາ 08: 55 )
ອ່ານເພິ່ມເຕິມ...
 
<< ເລີ່ມຕົ້ນ < ຖອຍຫຼັງ 1 2 3 ຕໍ່ໄປ > ສຸດທ້າຍ >>

Page 1 of 3

Login Form



Vinaora Visitors Counter

mod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_countermod_vvisit_counter
mod_vvisit_counterToday64
mod_vvisit_counterYesterday83
mod_vvisit_counterThis week749
mod_vvisit_counterLast week1441
mod_vvisit_counterThis month498
mod_vvisit_counterLast month5890
mod_vvisit_counterAll days16270
ປ້າຍໂຄສະນາ
ລິຂະສິດ © 2010 lncci. ສະຫງວນໄວ້ເຊິງສິດທັງຫມົດ.
Joomla! ເປັນຊອບແວເສລີພາຍໃຕ້ລິຄະສິດGNU/GPL License.
ເວັບນີ້ເຄືອນໄຫວໂດຍ ທີມງານຈູມລາລາວລາວ